ຄໍາເຊື່ອມ

 

                                     

ຄໍາເຊື່ອມ

      ແມ່ນຄໍາທີ່ໃຊ້ເຊື່ອມປະໂຫຍກໜຶ່ງຕິດກັບຂໍ້ຄວາມໜຶ່ງ ຫຼື ຄໍາອື່ນ ເພື່ອຊ່ວຍຊີ້ແຈ້ງຄວາມໝາຍຂອງປະໂຫຍກນັ້ນໃຫ້ແຈ້ງຂຶ້ນຕື່ມ. ຄໍາເຊື່ອມຈະຢູ່ໜ້າຄໍານາມ, ຄໍາແທນນາມ ຫຼື ຄໍາກໍາມະ ແຕ່ຄໍາເຊື່ອມຈໍານວນໜຶ່ງກໍຢູ່ໜ້າປະໂຫຍກ ຫຼື ທ້າຍປະໂຫຍກ.

 ຄໍາເຊື່ອມມີ 2 ຊະນິດຄື:

-   -  ຊະນິດເຊື່ອມຕິດ: ສູ່, ຕາມ, ໃນ, ໃກ້, ໄກ່, ເທິງ, ຍັງ...

-   -  ບໍ່ເຊື່ອມຕິດ: ດູລາ, ດູກ່ອນ, ຂ້າແຕ່, ແລນາ, ລະບໍ, ຈັ່ງຊັ້ນແລ້ວ...

ໜ້າທີ່ຂອງຄໍາເຊື່ອມ:

-    - ໃຊ້ເປັນຄໍາຂຶ້ນຕົ້ນ ເພື່ອຮຽກຮອງ ຫຼື ເຕື່ອນບອກ.

ຕົວຢ່າງ :ຂ້າແຕ່ສະມາຊິກຄົນທັງຫຼາຍ, ດູກ່ອນທ່ານພູມີກຽດ’.

-   ໃຊ້ເປັນຄໍາມອບທ້າຍປະໂຫຍກ.

ຕົວຢ່າງ: ເຈົ້າບໍ່ເອົາ, ຂ້ອຍກະບໍ່ເອົາລະບໍ. ພວກເຮົາບໍ່ບອກເພິ່ນກໍບໍ່ຈັ່ງຊັ້ນແລ້ວ.

-    - ໃຊ້ຄໍາເຊື່ອມທີ່ຕິດກັບຄໍານາມ, ຄໍາແທນນາມ ແລະ ຄໍາກະມະ.

ຕົວຢ່າງ: ເຮືອນຂອງຂ້ອຍຢູ່ໃກ້ໂຮງຮຽນ, ນີ້ແມ່ນຂອງຂວັນສໍາລັບເຈົ້າ, ເພິ່ນມາເພື່ອກ່າວເຕື່ອນ.

ອ້າງອີງຈາກປຶ້ມແບບຮຽນພາສາລາວມ2 2012 

ความคิดเห็น