ຄໍາກໍາມະ
ແມ່ນຄໍາທີ່ສະແດງອາການເຄື່ອນໄຫວ
ແລະ ການກະທໍາຂອງຄໍານາມ ຫຼື ຄໍາແທນນາມ.
ເພິ່ນແບ່ງຄໍາກໍາມະອອກເປັນ 2 ຊະນິດຄື:
1. ຄໍາກໍາມະຄົບ
ແມ່ນຄໍາທີ່ມີຄວາມໝາຍຄົບຖ້ວນໃນຕົວຂອງມັນເອງບໍ່ຈໍາເປັນຕ້ອງມີຄໍາອື່ນມາປະກອບນໍາ
ກໍເຂົ້າໃຈໄດ້ເຊັ່ນ: ນັງ, ຢືນ, ນອນ, ບິນ, ແລ່ນ, ຕົກ,ໄຫ້, ຮ້ອງ... ຄໍາກໍາມະຄົບ ເຊິ່ງປະກອບດ້ວຍຄໍາຕົວຕັ້ງ
ແລະ ຄໍາກໍາມະຄົບ.
ຕົວຢ່າງ:
- ແມວນັ່ງ.
- ຄວາຍນອນ.
- ເດັກນ້ອຍໄຫ້.
- ມ້າແລ່ນ.
- ຝົນຕົກ.
2. ຄໍາກໍາມະຂາດ
ແມ່ນຄໍາທີ່ບໍ່ມີຄວາມໝາຍຄົບຖ້ວນໃນຕົວ ຈະຕ້ອງມີຄໍາອື່ນມາປະກອບຕື່ມເພື່ອຂະຫຍາຍ ແລະ
ອະທິບາຍຕື່ມອີກເຊັ່ນ: ກິນ, ເຫັນ, ຂຽນ, ຢາກ, ໄປ, ຊົນ, ຂຽນ...ຄໍາກໍາມະຂາດປະກອບດ້ວຍຄໍາຕົວຕັ້ງ,
ຄໍາກໍາມະ ແລະ ຄໍາປະກອບ.
ຕົວຢ່າງ:
- ລາວກິນເຂົ້າ.
- ເຈົ້າເຫັນຂ້ອຍ.
- ມັນຢາກກິນໝາກກ້ວຍ.
- ແມ່ໄປຕະຫຼາດ.
-
ຄວາຍຊົນກັນ.
ໜ້າທີ່ຂອງຄໍາກໍາມະ
ເຮັດໜ້າທີ່ສະແດງອາການ,
ການເຄື່ອນໄຫວ, ການກະທໍາຂອງຄໍານາມ ຫຼື ຄໍາແທນນາມ ແລະ ຍັງເຮັດໜ້າທີ່ດັ່ງນີ້:
+ ເປັນຄໍາກໍາມະຫຼັກໃນປະໂຫຍກ
ຕົວຢ່າງ:
-
ນາງແກ້ວຄົ້ນຄວ້າບົດຮຽນ.
- ພວກຂ້ອຍຫຼິ້ນກິລາ.
-
ເຂົາເຈົ້າອ່ານໜັງສື.
+ ເປັນຄໍາກໍາມະຊ່ວຍໃຫ້ແກ່ກໍາມະອື່ນ.
ຕົວຢ່າງ:
- ຂ້ອຍຕ້ອງຫັດກາຍທຸກໆເຊົ້າ.
- ເພິ່ນພວມສອນໜັງສື.
- ເຂົາເຈົ້າຮຽນໄດ້ດີ.
- ເພິ່ນໃຫ້ຂ້ອຍມາຄອບເຈົ້າ.
- ປ່າຖືກໄຟໄໝ້
-
ຂ້ອຍຄົງຕ້ອງໄປ.
ເອກະສານອ້າງອີງຈາກປຶ້ມພາສາລາວຊັ້ນມ2 2012
ความคิดเห็น
แสดงความคิดเห็น