ພະຍາງ
ແມ່ນ ໜ່ວຍຜັນສຽງທີ່ໜ້ອຍທີ່ສຸດຂອງຄໍາເວົ້າ.
ໂຄງສ້າງຂອງພະຍາງລາວປະກອບມີ: ພະຍັນຊະນະ, ສະຫຼະ ແລະ ຕົວສະກົດ.
ພະຍາງໃນພາສາລາວແບ່ງອອກເປັນ 2 ປະເພດຄື:
ພະຍາງອັດ ແລະ ພະຍາງໄຂໃນພາສາລາວ
+ ພະຍາງອັດ: ແມ່ນພະຍາງທີ່ມີຕົວສະກົດໃນພະຍາງນັ້ນໆ. ເຊິ່ງພະຍາງອັດມີ 2 ປະເພດຄື:
- ພະຍາງອັດເປັນ ແມ່ນພະຍາງທີ່ມີຕົວສະກົດເປັນຢູ່ໃນພະຍາງນັ້ນໆ.
ຕົວຢ່າງ: ນອນ, ຍ່າງ, ແລ່ນ, ກິນ,
ສອນ,ຟ້ອນ ....
- ພະຍາງອັດຕາຍ
ແມ່ນພະຍາງທີ່ມີຕົວສະກົດຕາຍຢູ່ໃນພະຍາງນັ້ນໆ.
ຕົວຢ່າງ: ກັດ, ດູດ, ສູບ, ຈູບ, ຕອດ....
+ ພະຍາງໄຂ ແມ່ນພະຍາງທີ່ບໍ່ມີຕົວສະກົດຢູ່ໃນພະຍາງນັ້ນໆ.
ຕົວຢ່າງ: ມີ, ມາ, ຕາ, ຫູ, ໝາ,ຂາ, ທີ່,
ໂສ, ພາ, ນາ, .....
ອ້າງອີງຈາກປຶ້ມວິຊາວັດຈະນະສຶກສາ2019-2020

ความคิดเห็น
แสดงความคิดเห็น