ວາກະຍະ ໝາຍເຖິງ ຄໍາເວົ້າ, ສ່ວນສໍາພັນ ໝາຍເຖິງຜູກພັນ, ເນື່ອງກັນ. ດັ່ງນັ້ນ, ວາກະຍະສໍາພັນຈຶ່ງໝາຍເຖິງ ການຜູກພັນຄໍາໃນປະໂຫຍກ. ວາກະຍະສໍາພັນມີຢູ່ 3 ຊະນິດຄື:
1. ວາກະຍະສໍາພັນແບບສະເໝີພາກ( ສົມພາກ)
ໝາຍເຖິງໝວດຄໍາ ຫຼື ກຸ່ມຄໍາເວົ້າທີ່ມີຄວາມເທົ່າທຽມກັນ.
ຕົວຢ່າງ: ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພໍ່ ແລະ ແມ່, ທະຫານຕໍາຫຼວດ, ພັກ-ລັດ, ເສດຖະກິດ-ວັດທະນະທໍາ, ພໍ່ຄ້າຊາວຂາຍ, ອ້າຍ ແລະ ນ້ອງ, ຂ້ອຍ ແລະ ເຈົ້າ.
2. ວາກະຍະສໍາພັນແບບອະນຸພາກ ຫຼື ພາກສ່ວນຫຼັກ-ພາກສ່ວນສໍາຮອງ
ເປັນໝວດຄໍາ ຫຼື ກຸ່ມຄໍາທີ່ຄວາມເທົ່າທຽມກັນເຊັ່ນ: ລົດຂ້ອຍ, ໝາລາວ, ເຮືອນເຈົ້າ, ບ້ານດົງໂດກ, ຄະນະສຶກສາສາດ...
ຕົວຢ່າງ: - ເຮືອນຂ້ອຍເຈົ້າຖືກໄຟໄໝ້
ເຊິ່ງມີແຕ່ເຮືອນເທົ່ານັ້ນທີ່ໄປພົວພັນກັບໄໝ້ ສ່ວນຄໍາວ່າ ຂ້ອຍ ບໍ່ໄດ້ມີການພົວພັນກັບໄໝ້.ດັ່ງນັ້ນ, ຄໍາວ່າເຮືອນເປັນພາກສ່ວນຫຼັກ, ສ່ວນຂ້ອຍເປັນພຽງພາກສ່ວນສໍາຮອງ.
3. ວາກະຍະສໍາພັນແບບສົງເຄາະພາກ (ຕົວຕັ້ງ-ຕົວສໍາແດງ).
ແມ່ນວາກະຍະສໍາພັນແບບປະໂຫຍກສອງພາກສ່ວນ.
ຕົວຢ່າງ: ເດັກນ້ອຍໄຫ້, ໝາແລ່ນ, ຝົນຕົກ,...
ເອກະສານອ້າງອີງ ປຶ້ມວາກະຍະສໍາພັນພາກວິຊາຄູພາສາລາວວັນນະຄະດີ2019-2020
ความคิดเห็น
แสดงความคิดเห็น