ບຸນເກຣິຂອງເຜົ່າກຶມຸແມ່ນມີມາແຕ່ສະໄໝບູຮານແລະ
ສືບທອດຈົນມາຮອດປະຈຸບັນ ເຊິ່ງບຸນນີ້ປີໜຶ່ງແມ່ນຈະຈັດເທື່ອ 1 ເຊິ່ງວິທີການຈັດກໍຂຶ້ນກັບແຕ່ລະທ້ອງຖິ່ນ
ບ່າງທ່ອງຖິ່ນກໍຈັດຂຶ້ນຢູ່ເຮືອນຂອງໃຜມັນ ແລ້ວເຊີນຍາດຕິພີ່ນ້ອງມາຫຼິ້ນມາກິນມາມ່ວນຊື່ນນຳກັນ ແລະ
ບ່າງທ້ອງຖິ່ນກໍຈັດເປັນບ້ານ ແລ້ວ ກໍເຊີນພໍ່ແມ່ປະຊາຊົນ ມາກິນມາມ່ວນມາຊື່ນນຳກັນ ທີ່ເຂົາມັກເອີ້ນວ່າບຸນບ້ານ.
ບຸນເກຣິນີ້ບ່າງທີ່ກໍຈັດຂຶ້ນໃນລະໄລທີ່ເກັບກູ້ກ້ຽວເຂົ້າແລະ ເກັບກູ້ຜົນລະປູກແລ້ວເຊັ່ນ:ມັນເຜືອກ ,ມັນດາງ,ມັນຕົ່ນ,....ເປັນຕົ້ນແລ້ວ ສ່ວນຫຼາຍຫຼືບ່າງທີ່ເຂົາເຈົ້າມັກຈັດທ້າຍເດືອນທັນວາຫາ ເດືອນກຸມພາ ບ່າງບອນກໍຈັດຂຶ້ນທ້າຍເດືອນທ້າຍປີບ່າງບ່ອນກໍຈັດຂຶ້ນໃນຕົນປີຄືເດືອນມັງກອນ ຫຼື ບໍ່ກໍຈັດກາຍນັ້ນກໍມີ ຕາມຄວາມສະດວກຂອງແຕ່ລະທ້ອງຖິ່ນ.
ໄລຍະເວລາການຫຼິ້ນບຸນແມ່ນໄດ້ຫຼິ້ນປົກກະຕິມ່ວນຊື່ນແຕ່1ວັນ2ຄືນ;ຄືນທຳອິດແມ່ນອຸ່ນໄວ້ກ່ອນແລ້ວມື້ຕໍ່ມາຈຶ່ງແມ່ນເຮັດບຸນແທ້.
ໃນງານບຸນຈະມີການຈັດພິທີມັດແຂນພໍ່ແມ່ປະຊາຊົນທີ່ມາຮ່ວມງານ ແລະ ໃນຕອນບ່າຍໆກໍມີການກິນເຂົ້າສາມາຄີກັນແລ້ວຮັບຊົມກັບການສະແດງສິນລະປະວັນນະຄະດີເຊີ່ງປະກອບມີ:ເຕີມ,ຂັບ ,ຟ້ອນ,ຮ້ອງເພງ,ເປົ່າແຄນ,ເຕັ່ນຣະບາງແລະ ເຕັ້ນຄຣະຄຣົບ ເຊີ່ງງານບຸນນີ້ໄດ້ສ້າງຄວາມເບີກບ້ານມ່ວນຊື່ນໃຫ້ແກ່ແຂກທີ່ມາຊົມ ແລະ ພໍ່ແມ່ປະຊາຊົນຢ່າງຍິ່ງ.
ความคิดเห็น
แสดงความคิดเห็น