ເຄື່ອງໝາຍວັກໃນພາສາລາວ
ຄວາມໝາຍຄວາມສໍາຄັນໃນການໃຊ້ເຄື່ອງໝາຍວັກຕອນ
ເຄື່ອງໝາຍວັກ ເປັນເຄື່ອງໝາຍທີ່ໃຊ້ສໍາລັບສະແດງສິ່ງຈໍາເປັນ ເພື່ອວາງຈັງຫວະໃຫ້ການຂຽນໜັງສືລາວເປັນລະບຽບ ເພື່ອຊ່ວຍໃຫ້ມີຄວາມສະດວກໃນການອ່ານແຕ່ລະຂໍ້ຄວາມ, ແຕ່ລະປະໂຫຍກ, ແຕ່ລະວັກ, ແຕ່ລະຕອນ ໃຫ້ຖືກຕ້ອງຕາມຈັງຫວະ, ທໍານອງ ເປັນການງ່າຍໃຫ້ແກ່ຜູ້ອ່ານ ແລະ ຍັງເຮັດໃຫ້ຜູ້ຟັງເຂົ້າໃຈເນື້ອໃນ ຈຸດປະສົງຖືກຕ້ອງຊັດເຈນ, ເຄື່ອງໝາຍວັກທີ່ໃຊ້ໃນພາສາລາວມີດັ່ງນີ້:
1. ເຄື່ອງໝາຍຈໍາ (.)
ເຄື່ອງໝາຍຈໍ້າ ໃຊ້ໝາຍບ່ອນໝົດປະໂຫຍກ
ຫຼື ໝົດວັກ.. ໝາຍຄວາມວ່າ ເມື່ອເຮົາຂຽນເນື້ອຄວາມ ໝົດປະໂຫຍກໃດໜຶ່ງຕ້ອງໃສ່ໝາຍໄວ້.
ປະໂຫຍກນັ້ນຈະສັ້ນ ຫຼື ຍາວພຽງໃດກໍສຸດແລ້ວແຕ່ຈຸດປະສົງຂອງຜູ້ເວົ້າ.
ການໃຊ້ເຄື່ອງໝາຍຈໍ້າມີລັກສະນະດັ່ງນີ້:
1) ໃຊ້ໝາຍໄວ້ທ້າຍປະໂຫຍກ ເພື່ອສະແດງວ່າໝົດປະໂຫຍກ
ຫຼື ໝົດວັກ.
ຕົວຢ່າງ:
- ມື້ວານນີ້ ຝົນຕົກໝົດມື້.
- ເມື່ອຮອດຕົ້ນລະດູຝົນແລ້ວ, ຊາວນາກໍພາກັນກຽມໄຖ, ຂາດ ແລະ ອຸປະກອນການເຮັດນາທຸກຢ່າງເພື່ອເຮັດນາປີ.
2) ໃຊ້ໝາຍໄວ້ຫຼັງຕົວອັກສອນ ຫຼື
ຕົວເລກທີ່ບອກລໍາດັບຂໍ້
- ໃຊ້ໝາຍໄວ້ຫຼັງຕົວອັກສອນທີ່ບອກລໍາດັບ.
ຕົວຢ່າງ: ພະຍັນຊະນະດ້ວຍຕົວອັກສອນລາວປະກອບມີ:
ກ. ພະຍັນຊະນະ
ຂ. ສະຫຼະ
ຄ.
ວັນນະຍຸດ
- ໃຊ້ໝາຍໄວ້ຫຼັງຕົວເລກທີ່ບອກລໍາດັບຂໍ້
ຕົວຢ່າງ: ການຮັກສາອະນາໄມສາມສະອາດມີ:
1.ກິ່ນ, ດື່ມສະອາດ...
2.ຢູ່ສະອາດ
3.ນຸ່ງຫົ່ມສະອາດ
3) ໃຊ້ໝາຍໄວ້ຫຼັງຕົວອັກສອນເພື່ອສະແຕວ່າແມ່ນຕົວອັກສອນຫຍໍ້
ຕົວຢ່າງ:
-
ມ.1 ຄໍາເຕັມແມ່ນ ມັດທະຍົມປີທີ 1, ມຊ ຄໍາເຕັມແມ່ນ ມະຫາວິທະຍາໄລແຫ່ງຊາດ,
ສ ປ ປ ລາວ ຄໍາເຕັມແມນ ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ
4) ໃຊ້ຂັ້ນຈໍານວນເລກນັບຫຼັກຫົວໜ່ວຍໄປເທື່ອລະ
3 ຕົວ.
ຕົວຢ່າງ:
- 20.000 ອ່ານວ່າ ຊາວພັນ.
- 1.000.000 ອ່ານວ່າ ໜຶ່ງລ້ານ.
2. ເຄື່ອງໝາຍຈຸດ (,)
ໃຊ້ໝາຍ ຂັ້ນຄໍາ ຫຼື ວັກໃນປະໂຫຍກໜຶ່ງໆ
ເພື່ອໃຫ້ຜູ້ອ່ານຢຸດພັກໜ້ອຍໜຶ່ງ ແລ້ວອ່ານຕໍ່, ແຕ່ບາງກໍລະນີ ຖ້າຢາກໃຫ້ເຊົາພັກສັ້ນກວ່າກໍບໍ່ຕ້ອງໃຊ້ຈຸດ
ແຕ່ໃຫ້ຂຽນສອງຄໍາ ຫຼື ສອງວັກ ໄກກັນ, ເປັນໄລຍະກວ້າງພ້ອຍຫນຶ່ງ
ເຊິ່ງເອີ້ນວ່າ ຜະຫວ່າງ ນັ້ນເອງ, ໝາຍຄວາມວ່າ ຈຸດ ໃຊ້ໝາຍວັກນ້ອຍ ຫຼື
ຄໍາເວົ້າໃນປະໂຫຍກຕາມລັກສະນະຕ່າງໆດັ່ງນີ້:
1) ໃຊ້ຂັ້ນຄໍາໃນລາຍການທີ່ຂຽນຕໍ່ໆກັນຕັ້ງແຕ່ສາມລາຍການຂຶ້ນໄປ
ໂດຍຂຽນນັ້ນແຕ່ລະລາຍການ
ສ່ວນໜ້າຄໍາ ແລະ ” ຫຼື “ ທີ່ຢູ່ໜ້າລາຍການສຸດທ້າຍບໍ່ຈໍາເປັນໃຊ້ຈຸດ.
ຕົວຢ່າງ:- ໃນຫ້ອງຮຽນມີ ໂຕະ, ຕັ່ງ, ກະດານ ແລະ ແຜນທີ່.
- ແມ່ໄປຕະຫຼາດ ເພິ່ນໄດ້ຊື້ຂອງຫຼາຍຢ່າງເຊັ່ນ: ສະບູ, ຢາຖູແຂ້ວ,ເກີບ ແລະ ເສື້ອແຂນສັ້ນຍໆຜືນ.
2) ໃຊ້ຂັ້ນຂໍ້ຄວາມໃນປະໂຫຍກ
ເພື່ອແຍກໃຈຄວາມຍ່ອຍຕ່າງໆ.
ຕົວຢ່າງ:
- ເນື້ອໃນຂອງບົດແຕ່ງທີ່ດີ
ຕ້ອງສ່ອງແສງເຖິງແນວຄິດຮັກຊາດ, ຮັກວັດທະນະທໍາຂອງຊາດ, ຮັກດິນດອນຕອນຫຍ້າຢູ່ໃນທົ່ວດິນແດນຂອໆພວກເກົາ, ເສີມສ້າໆແນວຄິດສະຫງວນຄວາມງາມ, ເຊື່ອໝັ້ນກໍາລັງແຮງຂອງຄວາມສາມັກຄີປະຊາຊົນ, ລຶບລ້າງການເມຶດຖືແບບງົມງວາຍ ແລະ ແນວຄິດນັ້ນບໍ່ດີໃນສັງຄົມ.
3) ໃຊ້ແຍກວະລີ ຫຼື ອະນຸປະໂຫຍກ
ເພື່ອປ້ອງກັນບໍ່ໃຫ້ມີຄວາມສັບສົນ.
ຕົວຢ່າງ: - ວ່າແຕ່ເຫັນ, ຂ້ອຍກໍ່ຮ້ອງ ໃສ່ລາວໂລດ.
- ສວນເຈົ້າ, ຄວາຍລຸງສາເຂົ້າ.
- ການຂັບຂີ່ລົດ, ພໍແຕ່ເສັ້ນທາງແຍກ ຕ້ອງລະມັດລະວັງ
ເພື່ອປ້ອງກັນການເກີດອຸບັດເຫດ.
4) ໃຊ້ແຍກຕົວເລກ
ຕົວຢ່າງ: - 65, 20%, ອ່ານວ່າ ຫົກສິນຫ້າຈຸດຊາວສ່ວນຮ້ອຍ
- 10, 50 ໂດລາ ອ່ານວ່າ ສິບໂດລາຈຸດຫ້າສິບເປີເຊັນ
5) ໃຊ້ໃນການຂຽນວັດຈະນານຸກົມ ເພິ່ນຂັ້ນຄວາມໝາຍ ຫຼື
ຄໍານິຍາມຂອງຄໍາທີ່ມີຄວາມໝາຍຫຼາຍ
ຢາງ.
ຕົວຢ່າງ: - ຕັນ ກ. ລັດໄມ້, ອັດໄມ້, ເຮັດບໍ່ໃຫ້ໄປມາໄດ້, ວ. ບໍ່ເປັນໂກນ, ບໍ່ຊອດເປັນຮູ.
- ເຂົ້າ ກ. ເຂົ້າໄປ, ກົງກັນຂ້າມກັບອອກ, ຄ. ມີດເຂົ້າ, ພ້າເຂົ້າ, ນ. ເຂົ້າຫນຽວ ເຂົ້າຈ້າວ, ເຂົ້າຈີ່
3. ເຄື່ອງໝາຍຈໍ້າຈຸດ (;)
ໃຊ້ໝາຍບ່ອນຢຸດຕອນ ຫຼື
ຂຶ້ນວັກໃຫຍທີ່ຢູ່ໃນປະໂຫຍກຍາວ ແຕ່ບໍ່ທັນໝົດເລື່ອງ. ດັ່ງນັ້ນ, ເມື່ອເຮົາຢາກຕໍ່ລະຫວ່າງປະໂຫຍກນັ້ນໆໆ ເຮົາຕ້ອງໃຊ້
ຈໍ້າຈຸດນັ້ນໄວ້ ເພື່ອໂຮມເນື້ອຄວາມຂອງປະໂຫຍກຕ່າງໆເຂົ້າຢູ່ໃນກຸ່ມດຽວ ໂດຍອີງຕາມລັກສະນະຕ່າງໆຂອງປະໂຫຍກດັ່ງນີ້:
1) ໃຊ້ຂຶ້ນປະໂຫຍກລະຫວ່າງປະໂຫຍກທີ່ມີຮູບປະໂຫຍກ
ແລະ ໃຈຄວາມສົມບູນຢູ່ແລ້ວໃນເນື້ອຄວາມຍາວໆ ເພື່ອສະແດງຄວາມຕໍ່ເນື່ອງໃກ້ຊິດຂອງປະໂຫຍກນັ້ນໆໂຮມເຂົ້າກັນເປັນປະໂຫຍກນັ້ນ
ເຂົ້າກັນເປັນປະໂຫຍກດຽວ.
ຕົວຢ່າງ:
- ມື້ນີ້ໂຮງຮຽນພັກ, ທຸກຄົນອອກແຮງງານລວມ.
- ລາວຮຽນເກັ່ງ ແລະ ຮ້ອງເພງກໍມ່ວນ, ໃຜໆ ກໍຮ້ອງ.
(2) ໃຊ້ແບ່ງປະໂຫຍກ, ກຸ່ມຄໍາ ຫຼື ກຸ່ມຕົວເລກທີ່ມີເຄື່ອງໝາຍຈຸດແລ້ວອອກເປັນກຸ່ມເປັນສ່ວນ
ເພື່ອໃຫ້
ຕົວຢ່າງ:
-
ຄູພິມມາອາບນໍ້າ, ຫວີຜົມ, ນຸ່ງເຄື່ອງ ແລະ
ກຽມໄປໂຮງຮຽນ; ບັງເອີ້ນນມີແຂກມາ, ຕ້ອງໄດ້
ຮັບແຂກ; ເມື່ອແຂກໄປແລ້ວ, ຈຶ່ງອອກຈາກເຮືອນ; ພາໃຫ້ໄປຮອດໂຮງຮຽນຊ້າ ແລະ
ຖືກນັກຮຽນຖາມ.
-
ເຄື່ອງເຮືອນປະກອບດ້ວຍຫຼາຍຢ່າງຄື: ເຄື່ອງເຟີນີເຈີມີໂຕະ, ຕັ່ງ, ຕູ້ ແລະ ຕຽງ; ເຄື່ອງນອນມີ
ມຸ້ງ, ໝອນ, ສາດ ແລະ ເສື້ອ, ເຄື່ອງຄົວກິນມີ ມີດ, ຂຽງ. ຫມໍ້ ຖ້ວຍ, ຈານ ໆລງ.
-
1,5;
2,75, 10,00; 7.
(3) ໃຊ້ຂັ້ນຄໍາລາຍງານທີ່ມີເນື້ອໃນຫຼາຍລາຍການ
ເພື່ອຈໍາແນກລາຍການອອກເປັນກຸ່ມ.
ຕົວຢ່າງ:
-
ປີແລ້ວນີ້, ພໍ່ຂ້ອຍຂຸດໜອງປາໄດ້ 2 ໜອງ: ລ້ຽງປາໄດ້ 10.000 ໂຕ; ລ້ຽງຫມູ 5 ໂຕ;
ລ້ຽງເປັດ-ໄກ່ 50 ກວ່າ ໂຕ; ຂາຍເຂົ້ານາແຊງໄດ້ 2 ໂຕນກວ່າ..
(4) ໃຊ້ໃນການຂຽນວັດຈະນານຸກົມເພື່ອແຍກຄວາມໝາຍຂອງຄໍາ.
ຕົວຢ່າງ: - ຈອງ ນ. ພາຊະນະສໍາລັບຕັກອາຫານ ລັກສະນະຄືບ່ວງໃຫຍ; ກ. ຫວງ, ໝາຍເອົາ, ໝາຍໄວ້,ຖືກໍາມະສິດ, ສັ່ງລວງໜ້າ.
4. ເຄື່ອງໝາຍສອງຈໍ້າ (:)
ໃຊ້ໝາຍໃຫ້ຮູ້ວ່າຈະເລົ່າຄວາມອັນໃດຕໍ່ໄປ
ຫຼື ໃຊ້ໝາຍແທນຄໍາວ່າ ຄື, ດັ່ງນີ້, ເຊັ່ນ ,ແຕ່ວ່າບໍ່ຂຽນຄໍາວ່າ ຄື, ດັ່ງນີ້, ເຊັ່ນໃສ່ໄວ້ບ່ອນນີ້ກໍໄດ້
ໂດຍອີງຕາມກໍລະນີຂອງມັນຄື:
(1) ໃຊ້ໝາຍຫຼັງຄໍາ ຄື, ຄືວ່າ, ດັ່ງນີ້, ເຊັ່ນ, ເຊັ່ນວ່າ: ເພື່ອໝາຍໃຫ້ຮູ້ວ່າ
ຂໍ້ຄວາມຕໍ່ໄປເປັນຄວາມສໍາຄັນທີ່ຄວນເອົາໃຈໃສ່ ຫຼື ໃຫ້ລາຍລະອຽດ
ເພື່ອຢັ້ງຢືນໃຫ້ຂໍ້ຄວາມທີ່ເວົ້າມາກອນ.
ຕົວຢ່າງ:
ຕອນສຸດທ້າຍ
ທ່ານປະທານກອງປະຊຸມໄດ້ໃຫ້ຄວາມເຫັນວ່າ: ເຖິງວ່າແຕ່ລະວຽກງານຈະມີຄວາມ
ຫຍຸ້ງຍາກປານໃດກໍຕາມ ພວກເຮົາທຸກຄົນກໍຕ້ອງໄດ້ສູ້ຊົນຜ່ານຜ່າທຸກກໍລະນີ,...
(2) ໃຊ້ແທນຄໍາ ຄື, ດັ່ງນີ້, ເຊັ່ນ ໂດຍບໍ່ຕ້ອງຂຽນຄໍາ ຄື, ດັ່ງນີ້, ເຊັ່ນ ໃສ່ກໍໄດ້.
ຕົວຢ່າງ:
-
ການປະຕິບັດອະນາໄມສາມສະອາດ: ກິນສະອາດ, ຢູ່ສະອາດ ແລະ ນຸ່ງຫົ່ມສະອາດ.
-
ຢູ່ໃນສະຂອງຂ້ອຍມີປາຫຼາຍຊະນິຕ:
ປານິນ, ປາໄນ, ປາດຸກ ປາຄໍ່, ປາເຂັງ ແລະ ປາຊິວ...
- (3) ໃຊ້ຂັ້ນລະຫວາງຊົ່ວໂມໆກັບນາທີ
ເພື່ອບອກເວລາ.
ຕົວຢ່າງ:
-
9:30: ອ່ານວ່າ ເກົ້າໂມງເຄິ່ງ ຫຼື ເກົ້າໂມໆສາມສິບນາທີ.
-
9:45 : ເກົ້າໂມງສີ່ສິບຫ້ານາທີ ຫຼື ສິບໂມງຍັງສິບຫ້ານາທີ.
-
10:00: ສິບໂມງພໍດີ.
(4) ໃຊ້ໝາຍເລກຫານໃນວິຊາຄະນິດສາດ.
ຕົວຢ່າງ:
- 5052 ເທົ່າກັບ 25 -
200:10 – 20
- 150:31 ເທົ່າກັບ 50
5. ເຄື່ອງໝາຍຂີດຕໍ່ (-)
ໃຊ້ຂີດຂັ້ນຄໍາໃດຄໍາໜຶ່ງງໃນປະໂຫຍກ, ຂີດຕໍ່ສອງຄໍາໃສ່ກັນ ແລະ ຂີດຫົວແຖວຄື:
(1) ໃຊ້ຂີດຕໍ່ຄໍາໃດຄໍາໜຶ່ງໃນປະໂຫຍກ.
ຕົວຢາງ:
-
ຢູ່ປະເທດເຮົາມີ ຊ້າງ-ມ້າ ງົວ-ຄວາຍ, ຫມ-ຫມາ, ເປັດ-ໄກ່ ບໍ່ອຶດບໍ່.
- ເຮົາຕ້ອງອັດປາກເວລາໄອ-ຈາມ.
(2) ໃຊ້ຂີດຕໍ່ສອງຄໍາ ຫຼື ຫຼາຍຄໍໃສກັນເປັນຄໍາດຽວ.
ຕົວຢ່າງ:
-
ສັນຍາລາວ-ຫວຽດນາມ-ກໍາປູເຈຍ.
-
ສະມາຄົມມິດຕະພາບລາວ-ຍີ່ປຸ່ນ.
-
ຂົວມິດຕະພາບລາວ-ໄທ.
(3) ໃຊ້ຂີດຫົວແຖວ ແມ່ນສະແດງວ່າ
ຫຍໍ້ຫນ້າແຕ່ລະບັນຫາເຊິ່ງມີສ່ວນພົວພັນກັບຂ້າງເທິງທີ່ກ່າວ
ມາແລ້ວ.
ຕົວຢ່າງ: ການສອນ-ການຮຽນໄວຍາກອນລາວແມ່ນແນໃສ່:
-
ເພື່ອໃຫ້ຄົນລາວທີ່ຮຽນແລ້ວ ສາມາດຮັບຮູ້ ແລະ
ເຂົ້າໃຈໃນການນໍາໃຊ້ພາສາລາວໃຫ້ຖືກຕ້ອງ
ແລະ ເປັນເອກະພາບກັນ.
(4) ໃຊ້ແຍກພະຍາງເພື່ອບອກຄໍາອ່ານ.
ຕົວຢ່າງ:
-
ລາສະດອນ ອ່ານວ່າ ລາດ-ສະ-ຕອນ.
-
ອຸປະກອນ " ອຸບ-ປະ-ກອນ - ຄອມພິວເຕີ.
- ຄອມ-ພິວ-ເຕີ
(5) ໃຊ້ແຍກພະຍາງ ຫຼື ຄໍາ ເພື່ອເຝິກການຜັນສຽງ, ປະສົມຄໍາ ຫຼື ສະກົດຄໍາ.
ຕົວຢ່າງ:
-
ຝ່າ: ປ-x-ປາ
-
ປາ: ປ-x-ປາ-x-ປາ
- ກິນ: ກ- x ິນ-ກິນ
6. ເຄື່ອງໝາຍຂີດກ້ອໆ (__)
ເຄື່ອງໝາຍຂີດກ້ອງ ໃຊ້ໝາຍຄໍາ ຫຼື
ຂໍ້ຄວາມເວົ້າທີ່ມີຄວາມສໍາຄັນ ແລະ ຕ້ອງການເນັ້ນຫນັກ ໃນຂໍ້ຄວາມນັ້ນ ຫຼື
ຂີດກ້ອງຫົວຂໍ້ໃຫຍ່ຂອງບົດເພື່ອໃຫ້ເຫັນແຈ້ງ.
ຕົວຢ່າງ:
-
ການຮ່ໍາຮຽນມີຄວາມສໍາຄັນຫຼາຍ ເພາະວ່າມັນແມ່ນກຸນແຈທີ່ກ້າວໄປສູ່ຄວາມຈະເລີນກ້າວຫນ້າຂອງແຕ່ລະຄົນ
ແລະ ປະເທດຊາດ.
-
ການສຶກສາຮໍ່າຮຽມຈະສໍາເລັດໄດ້ກໍຕໍ່ເມື່ອຜູ້ນັ້ນມີ ຄວາມອົດທົນ
ດຸຫມັ່ນ ບາກບັນ ຫ້າວຫັນຕັ້ງໃຈຄົ້ນຄວ້າຊອກຮູ້ທຸກວິທີທາງ ທັງຮໍ່າຮຽນດ້ວຍຕົນເອງ
ແລະ ຮຽນນໍາຄູອາຈານ.
- ພົນລະເມືອງທຸກຄົນ ໂດຍບໍ່ຈໍາແນກຊົນເຜົ່າ, ເຊື້ອຊາດ, ສາສະຫນາ, ເພດໄວ ແລະ ຖານະທາງດ້ານເສດຖະກິດ-ສັງຄົມລ້ວນແຕມີສິດໄດ້ຮັບການສຶກສາ..
7. ເຄື່ອງໝາຍສາມຈໍ້າ (...)
(1) ໃຊ້ໃຫ້ຮູ້ວ່າມີຄໍາອື່ນທີ່ຈະຂຽນໃສ່ບ່ອນນີ້ ຫຼື ມີຄໍາອື່ນໆອີກຢູ່ແຕ່ບໍ່ຂຽນ
ພຽງແຕ່ໃຊ້ສາມຈໍ້າໄວ້.
ຕົວຢ່າງ:
-
ແຫຼ່ງທ່ອງທ່ຽວໃນລາວທີ່ຄົນຕ່າງປະເທດຮູ້ຈັກມີຫຼາຍແຫ່ງເຊັ່ນ:
ເມືອງຫຼວງພະບາງ, ເມືອງ ວັງວຽງ, ທົ່ງໄຫຫີນຊຽງຂວາງ, ວັດພູຈໍາປາສັກ.......
-
ມື້ວານນີ້ ຂ້ອຍເຫັນທ້າວສອນ, ນາງພັນ, ນາໆພວງ.. ນັກຮຽນຫ້ອງ ມ.1 ເຮັດອະນາໄມຫ້ອງ ຮຽນຂອງພວກເຮົາ.
(2) ໃຊ້ສໍາລັບຄໍາເວົ້າເພື່ອສະແດງໃຫ້ຮູ້ເຖິງການເວົ້າທີ່ບໍ່ລ່ຽນໄຫຼ.
ຕົວຢ່າງ:
-
ເອີ...ຄືວ່າ..ເລື່ອງມັນເປັນຈັ່ງຊີ້..... :
ບໍ່...ບໍ່ແມ່ນ.....ບໍ່ແມ່ນຂ້ອຍໄດ້..
- ເອີ....ເອີ..ບໍ່ວ່າມັນໄປໃສແລ້ວ.
8. ເຄື່ອງໝາຍຖາມ (?)
(1) ໃຊ້ຂຽນຢູ່ທ້າຍປະໂຫຍກຄໍາຖາມ ແລະ ສ່ວນຫຼາຍຈະມີຄໍາແທນນາມ
(ສັບພະນາມ) ໃຊ້ເປັນ
ຄໍາຖາມຢູ່ໜ້າ.
ຕົວຢ່າງ:
-
ໃຜມາ?
-
ເພິ່ນຢູ່ໃສ?
- ໃຜສາມາດອ່ານຄ້ານີ້ໄດ້?
9. ເຄື່ອງໝາຍທ້ວໆ (!)
(1)
ໃຊ້ໝາຍໃຫ້ຮູ້ວ່າ ຄວາມທີ່ຢູ່ໜ້າເຄື່ອງໝາຍນີ້ ແມ່ນຄໍາສະແດງຄວາມທັກທ້ວງ.
ອັດສະຈັນ, ຄວາມປະຫຼາດໃຈ, ຄວາມຕື່ນຕົກໃຈ, ຄວາມສົງສານ, ອາການເຈັບ.
ຕົວຢ່າງ:
-
ປະໂທ! ໃຫຍແທ້.
-
ໂອ້ຍ! ຕາຍຕື່ນໝົດແຮງ.
-
ໂຢວ! ຢ່າເຮັດຈັ່ງຊັ້ນໄດ໋!
(2) ໃຊ້ຂຽນຢູ່ທ້າຍຄໍາສອນສຽງທໍາມະຊາດ.
ຕົວຢ່າງ:
-
ສຽງຟ້າຮ້ອງດັງຕື່ມ!
-
ລາວພະລາດລົ້ມດັງແອັກ!
- ສຽງງ່າໄມ້ຫັກດັງໂກະ!
10. ເຄື່ອງໝາຍວົງຢືມ (“ ”)
ໃຊ້ໝາຍໃຫ້ຮູ້ວ່າ ຄໍາທີ່ຢູ່ໃນເຄື່ອງໝາຍນີ້
ແມ່ນຢືມເອົາຄໍາເວົ້າຂອງຜູ້ໃດຜູ້ໜຶ່ງມາເວົ້າ ຫຼື ຍົກເອົາຄໍາຈາກບ່ອນອື່ນມາເວົ້າດັ່ງນີ້:
(1) ໃຊ້ເພື່ອສະແດງວ່າຄໍາ ຫຼື ຂໍ້ຄວາມນັ້ນເປັນຄໍາເວົ້າ ຫຼື ຄວາມນຶກຄິດ.
ຕົວຢ່າງ: ທ້າວ ກໍ່ ມາໂຮງຮຽນບໍ່ທັນໝູ່
ຈື່ງຖືກຄູທ້ວງວ່າ:
" ໂທ! ສວາຍປານນີ້ ຈຶ່ງມາ ໂຮງຮຽນຫວະ?
” ຮຽນຄູ! ນ້ອງມາຊ້າເພາະຕີນລົດຖີບຮົ້ວ”
"ມື້ໜ້າຕ້ອງກວດກາລົດໃຫ້ດີ:
ເຂົ້າໃຈບໍ່?"
(2) ໃຊ້ໝາຍຢືມຄໍາເວົ້າຂອງຜູ້ອື່ນມາເວົ້າ.
ຕົວຢ່າງ:
-
ທ່ານ ປະທານ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ: “ຊາວຫນຸ່ມຈົ່ງເປັນນົກອິນຊີທີ່ບໍ່ຫວັ່ນກົວພະຍຸລົມແດງ
ເປັນສິນໄຊຂອງຍຸກສະໄຫມ ”.
-
ໃນການ ໂອ້ລົມກັບບັນດາພະນັກງານພາຍໃນກະຊວງສຶກສາທິການ, ກິລາ ແລະ ທໍາ ມະການ,ທ່ານ ພູມີ ວົງວິຈິດ
ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການ, ກິລາ ແລະ ກໍາມະການ ໄດ້ເວົ້າວ່າ: “ການສຶກສາຕ້ອງໄປກອນ
ບາດກ້າວໜຶ່ງ” ອັນນີ້ເປັນຄໍາເວົ້າທີ່ຖືກຕ້ອງ
ເພາະການເຮັດວຽກທັງປວງຕ້ອງມີຄວາມຮູ້.
(3) ໃຊ້ໝາຍໃຫ້ຂໍ້ຄວາມທີ່ຍົກເອົາມາຈາກບ່ອນອື່ນ.
ຕົວຢ່າງ: - ດັ່ງຄໍາສຸພາສິດບູຮານລາວເວົ້າວ່າ: ເບິ່ງຊ້າງໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່ເບິ່ງໃຫ້ຄັກແທ້ໆ ໃຫ້ເບິ່ງຮອດພໍ່ແມ່ລຸງຕາ”, "ທໍາຄວາມດີມີສີແກ່ຕົວ ທໍາຄວາມຊົ່ວພາຕົວໝົ່ນໝອງ ”, "ອົດທົນພົ້ນທຸກ ສະຫນຸກພາຍຫຼັງ".
11. ເຄື່ອງໝາຍວົງເລັບ ()
ເຄື່ອງໝາຍວົງເລັບ ໃຊ້ໝາຍໃຫ້ຮູ້ວ່າ
ຄໍາທີ່ຂຽນໄວ້ໃນເຄື່ອງໝາຍນີ້ ແມ່ນ ຄໍາຊີ້ແຈ້ງເພີ່ມເຕີມໃສ່ຄໍາເວົ້າທີ່ຢູ່ນອກວົງເລັບ
ເຊິ່ງຢູ່ຂ້າງໜ້າຂອງມັນດັ່ງນີ້:
(1) ໃຊ້ໝາຍຂໍ້ຄວາມເພີ່ມເຕີມ, ຂໍ້ຄວາມທີ່ຂະຫຍາຍ ຫຼື ອະທິບາຍຂໍ້ຄວາມຢູ່ນອກວົງເລັບທີ່ຢູ່ທາງໜ້າ. ຂໍ້ຄວາມທີ່ຢູ່ໃນວົງເລັບນັ້ນຈະອ່ານ ຫຼື ຂ້າມໄປກໍໄດ້ ມັນຈະບໍ່ເຮັດໃຫ້ເນື້ອຄວາມທີ່ຢູ່ນອກວົງເລັບເສຍໄປ.
ຕົວຢ່າງ:
-
ພະຍາໆທີ່ມີອັກສອນສູງເປັນຕົວແກນຜັນໄດ້ແຕ່ 3 ສຽງຄື ສຽງທໍາມະດາ (ສຽງທີ່ບໍ່ມີໄມ້ຫຍັງ), ສຽງເອກສູໆ
(ສຽງທີ່ມີໄມ້ເອກ) ແລະ ສຽງໂທສູງ (ສຽງທີ່ມີໄມ້ໂທ).
-
ການກິນອາຫານຕ້ອງໃຫ້ຄົບ 5 ຫມູ່ (ຊີ້ນ, ນົມ, ໄຂ, ຜັກ ແລະ ຫມາກໄມ້ງ. ເພາະວ່າອາຫານໃນແຕ່ລະຫມູ່ທີ່ເຮົາກິນແຕ່ລະວັນນັ້ນ
ລ້ວນແຕ່ເປັນທາດທີ່ຮ່າງກາຍຂອງເຮົາຕ້ອງການ.
-
ພວກເຮົາຕ້ອງຮັກສາຫ້ອງຮຽນ ( ໂຕະ, ຕັ່ງ ກະດານ ແລະ ອື່ນໆ) ໃຫ້ສະອາດງາມຕາຢູ່ສະເຫມີ.
(2) ໃຊ້ຫມາຍຂໍ້ຄວາມເຊິ່ງບອກທີ່ມາຂອງຄໍາ ຫຼື
ຂໍ້ຄວາມໃນວັດຈະນານຸກົມ.
ຕົວຢ່າງ:
-
ຄອມພິວເຕີ ນ. ເຄື່ອງຄໍານວນອັດຕະໂນມັດ, ສະຫມອງກົນ (computer).
-
ເຕັກນິກ (ເທັກນິກ)
-
ເຕັກໂນໂລຊີ (ເທັກໂນໂລຢີ)
(3) ໃຊ້ຂຽນກໍກັບຂໍ້ມູນບາງຢ່າງ ເພື່ອເຕືອນຄວາມຈື່ຈໍາ.
ຕົວຢ່າງ: - ການລະດົມທຶນໃນໄລຍະ 5 ປີ (2001-2005)
ບັນລຸໄດ້ 27,563 ຕື້ກີບ ໃນປີ 2005 ເພີ່ມຂຶ້ນ
28,1% ຂອງຈີດີພີ (GDP) (ຜົນຜະລິດສູນລວມພາຍໃນປະເທດ) ຖ້າທຽບໃສ່ປີ 2000 ແມ່ນ22,4% ຂອງ ຈີດີພີ (GDP).
(4) ໃຊ້ຫມາຍໄວ້ຫຼັງຕົວເລກ ຫຼື ຕົວອັກສອນທີ່ບອກລໍາດັບຂໍ້.
ຕົວຢາງ: ເພິ່ນໄດ້ແປງມັດທະຍົມສຶກສາອອກເປັນ 2 ລະດັບຊັ້ນຄື:
-
ມັດທະຍົມສຶກສາຕອນຕົ້ນ
-
ມັດທະຍົມສຶກສາຕອນປາຍ
12. ເຄື່ອງໝາຍລຶ້ມຄືນ (")
ໃຊ້ໝາຍໄວ້ກ້ອງຄໍາເວົ້າ
ເພື່ອລຶ້ມຄືນຄືກັນກັບຄໍາທີ່ຢູ່ຂ້າງເທິງແຕ່ບໍ່ຂຽນຄໍາທີ່ຕ້ອງການໃຫ້ເວົ້າຄືນ
ນັ້ນອີກພຽງແຕ່ໃຊ້ເຄື່ອງໝາຍລຶ້ມຄືນແຫນໄວ້.
ຕົວຢ່າງ:
-
ເx ປະສົມກັບ xະ ເປັນ ເxະ
-
ໂx “ xະ “ ໂxະ
-
ແx
“ xະ “ ແxະ
13. ເຄື່ອງໝາຍເກາະລະ ຫຼື ແລະ ອື່ນໆ (ໆ ລ
ໆ)
ໃຊ້ໝາຍຄໍາ ຫຼື ຂໍ້ຄວາມປະເພດດຽວກັນ
ເຊິ່ງຍັງມີຫຼາຍຢ່າງທີ່ຕ້ອງຂຽນລົງບ່ອນນີ້ ແຕ່ຫາກບໍ່ຂຽນ. ເກາະລະ ມີຄວາມໝາຍຄືສາມຈໍ້າ, ເວລາອ່ານພົບເຄື່ອງໝາຍນີ້ໃຫ້ອານວ່າ: “ ແລະ ອື່ນໆ”. ເວລາຂຽນ ໃຫ້ຍະຫວ່າງທາງໜ້າ ແລະ
ໃສ່ທາງຫຼັງຂອງເຄື່ອງໝາຍເກາະລະນັ້ນ.
ຕົວຢ່າງ:
-
ເມື່ອລະດູຝົນຫມົດແລ້ວ, ຊາວນາ-ຊາວສວນ ກໍພາກັນປູກພືດລົ້ມລຸກຫຼາຍຢ່າງ ເປັນຕົ້ນວ່າ:ສາລີ, ມັນດ້າງ, ຫມາກອຶ, ຫມາກຖົ່ວ, ຫມາກເຂືອ ໆວໆ.
-
ຜົນຮ້າຍຂອງຄົນຕິດຢາເສບຕິດ ມັນຈະນໍາຄວາມອັນຕະລາຍມາສຊີວິດຄື:
ຄວາມຈໍາເສື່ອມ,ຮຽນບໍ່ໄດ້, ຜິວພັນຫຼາເຫຼືອງ ສຸຂະພາບຊຸດໂຊມ ໆລໆ.
-
ທ່ານຫມໍປິ່ນປົວຄົນເຈັບດ້ວຍຢາຫຼາຍຊະນິດເຊິ່ງລວມມີ:ຢາກິນ, ຢາທາ,ຢາສັກ, ຢາອົມ "ໆລໆ. ຢາແຕ່ລະປະເພດກໍມີຫຼາຍຊະນິດອີກ
ຕົວຢ່າງວ່າຢາກິນລວມມີ: ຢາຕ້ານເຊື້ອ, ຢາແກ້ໄຂ້, ໆລໆ.
14. ເຄື່ອງໝາຍຊໍ້າ (ໆ)
ໃຊ້ໝາຍໄວ້ໃນທ້າຍຄໍາ ເພື່ອໃຫ້ຮູ້ວ່າຄໍາທີ່ຢູ່ທາງຫນ້າເຄື່ອງໝາຍນີ້
ຕ້ອງໄດ້ເວົ້າອີກເທື່ອໜຶ່ງໆ ໝາຍຄວາມວ່າ ບໍ່ຢາກຂຽນຄໍານັ້ນສອງເທື່ອ.
ຕົວຢ່າງ:
-
ພວກເຮົາຕ້ອງໄປໂຮງຮຽນທຸກໆມື້ ຍົກເວັ້ນວັນເສົາ ແລະ ວັນອາທິດ.
-
ເດືອນເມສາ ຢູ່ປາກເຊ ອາກາດຮ້ອນໆ.
-
ຍາງໄວໆ.
15. ເຄື່ອງໝາຍວົງຕັດ <...>
ໃຊ້ເພື່ອໝາຍໃຫ້ຮູ້ວ່າຂໍ້ຄວາມໃນບ່ອນນີ້ຖືກຕັດອອກ
ຫຼື ຖືກປະ ເພາະມັນບໍ່ສໍາຄັນ.
ຕົວຢ່າງ:
-
ກອງປະຊຸມຄູປະຈໍາຫ້ອງໃນຕອນເຊົ້າມື້ວານນີ້, ຫົວຫນ້າອໍານວຍການໄດ້ແນະໃຫ້ຄບທຸກໆຄົນຈົ່ງພະຍາຍາມຕິດຕາມ ແລະ
ບອກສອນນັກຮຽນຢູ່ຫ້ອງຂອງຕົນເອົາໃຈໃສ່ໃນການຮຽນດີ ຮຽນເກັ່ງ ແລະ
ປະຕິບັດຂໍ້ກໍານົດກົດລະບຽບຂອງໂຮງຮຽນວາງອອກ
<...>.
-
ເພື່ອໃຫ້ສຸຂະພາບແຂງແຮງດີຕ້ອງເອົາໃຈໃສ່ເຮັດອະນາໄມສາມສະອາດຄື:
ກິນດື່ມ ສະອາດ, ນຸ່ງຫົ່ມສະອາດ, ຢູ່ ນອນສະອາດ ແລະ ຫັດກາຍຍະບໍລິຫານ ຫຼື ຫຼິ້ນກິລາ <...>.
16. ເຄື່ອງໝາຍຈໍ້າໆ ຫຼື ເສັ້ນໄຂ່ປາ (............)
ໃຊ້ໃນແບບຟອມ ຫຼື
ສິ່ງພິມທີ່ຈົ່ງວ່າງໄວ້ເພື່ອໃຫ້ຂຽນຕື່ມໃສ່ເຊັ່ນ: ໃບຄໍາຮ້ອງ, ໃບສະເໜີ, ແບບສອບຖາມ, ແບບທົດສອບ, ບົດເຝິກຫັດ ແລະ ອື່ນໆ.
ຕົວຢ່າໆ:
-
ການຂຽນຕື່ມຮ່າງ (ແບບຟອມ) ໃບຄໍາຮ້ອງຂໍອະນຸຍາດລາພັກໂຮງຮຽນ.
-
ຮຽນ: ທ່ານ ຜູ້ອໍານວຍການໂຮງຮຽນມັດທະຍົມ.......................................................
(ໂດຍຜ່ານການຈັດຕັ້ງທີ່ກ່ຽວຂ້ອງ)
17. ເຄື່ອງໝາຍຍະຫວ່າງ (ບໍ່ມີເຄື່ອງໝາາຍສະແດງ)
ໃຊ້ເພື່ອຂັ້ນໃຈຄວາມຍ່ອຍໃນປະໂຫຍກທີ່ນ້ອຍກວ່າການໃຊ້ເຄື່ອງໝາຍຈຸດ
(,)
ຕົວຢ່າງ:
-
ການຮຽນເປັນສິ່ງສໍາຄັນຍິ່ງ ເພາະເປັນສິ່ງທີ່ຈະພາຊີວິດກ້າວໄປຂ້າງໜ້າ.
-
ຄວາມພະຍາຍາມມີຢູ່ບ່ອນໃດ ຜົນສໍາເລັດກໍຈະມີຢູ່ບ່ອນນັ້ນ.
-
ເມື່ອມີຄວາມເປິເປື້ອນ ພະຍາດຈະຕາມມາ.
18. ຫຍໍ້ໜ້າ (ບໍ່ມີເຄື່ອງໝາຍສະແດງ)
ໃນເວລາຂຽນ ຫຼື ພິມແຖວຕົ້ນຂອງວັກຕ້ອງຍັບເຂົ້າ
ເພື່ອຂຶ້ນຕົ້ນເນື້ອໃນໃຫມ່ເພາະວ່າແຕ່ລະຫຍໍ້ຫນ້າ ຈະມີເນື້ອໃນແຕກຕ່າງກັນ.
ຕົວຢ່າງ:
ພວກເຮົາບໍ່ເຮັດສິ່ງບໍ່ດີ, ບໍ່ສ້າງຄວາມເດືອດຮ້ອນຕໍ່ໝູ່ເພື່ອນ ແລະ ການຈັດຕັ້ງຕະຫຼອດຮອດ ທຸກຄົນໃນຄອບຄົວ.
ແຫຼ່ງທີ່ມາຈາກປຶ້ມພາສາລາວຊັ້ນມ.1 (2021)
ความคิดเห็น
แสดงความคิดเห็น