ການແປງອັກສອນແມ່ນ ການແປງສະຫຼະ, ພະຍັນຊະນະ ແລະ
ແປງຄໍາຫຼາຍພະຍາງໃຫ້ເປັນພະຍາງດຽວ ຫຼື ໃຫ້ໂຮມກັນເປັນພະຍາງດຽວ. ການແປງອັກສອນມີ 4 ວິທີຄື:
ການແປງສະຫຼະ, ແປງພະຍັນຊະນະ, ການແປງສຽງ ແລະ ການແປງຄໍາ. ກ. ການແປງສະຫຼະ
ແມ່ນການແປງຮູບສະຫຼະຂອງພາສາບາລີ-ສັນສະກິດ ຫຼື ພາສາອື່ນໃຫ້ຜິດຈາກຮູບເດີມ: ຕົວຢ່າງ:- ມັງຄະລະ : ມຸງຄຸນ -
ສັງຄະຫະ: ສົງເຄາະ -
ນະຄະຣະ: ນະຄອນ -
ສິລາ: ເສລາ -
ສິກສາ: ສຶກສາ -
ເວຍະກະຣະນະ: ໄວຍາກອນ -
ໄວສຍາ: ແພດສະຫຍາ ຂ. ການແປງພະຍັນຊະນະ
ແມ່ນການແປງພະຍັນຊະນະຈາກຄໍາປາລີ-ສັນສະກິດ ແລະ ພາສາອື່ນໃຫ້ຕ່າງຈາກຮູບເດີມ. ຕົວຢ່າງ: -
ມາຕາ : ມາດາ -
ບິຕາ: ບິດາ -
ອິນຕາ: ອິນທາ -
ໂປດ: ໂຜດ ຄ. ການແປງສຽງ
ແມ່ນການແປງສຽງຄໍາເວົ້າໃຫ້ຜິດໄປຈາກສຽງເດີມ. ຕົວຢ່າງ: - ປະໂຍຄະ: ປະໂຫຍກ -
ປະໂຍຊະນະ: ປະໂຫຍດ -
ເທສະນະ: ເທສະໜາ -
ສະສະນາ: ສາສະໜາ ງ. ການແປງຄຳ(ແຜງຄຳ) ແມ່ນການແປງ
ຫຼື ແຜງຄໍາເວົ້າໃຫ້ຕ່າງຈາກຮູບເດີມຄື: ແປງຄໍາພະຍາງດຽວໃຫ້ກາຍເປັນຄໍາສອງພະຍາງ
ແຕ່ຄວາມໝາຍຍັງຄົງເດີມ. ຕົວຢ່າງ: - ກົດ: ກໍານົດ - ເກີດ:
ກໍາເນີດ -
ແຈກ: ຈໍາແນກ - ຕິ:
ຕໍາໜິ -
ປຸງ: ບໍາລຸງ ຫຼັກການພິເສດ
ການແປງອັກສອນຈາກພາສາປາລີ-ສັນສະກິດມາເປັນຄໍາລາວມີຫຼັກການດັ່ງນີ້ Ø ຖ້າຄໍາໃດເປັນພາສາປາລີສັນສະກິດມີສອງພະຍາງມາເປັນພະຍາງດຽວ
ຫຼື ພະຍາງສຸດທ້າຍບໍ່ມີະຍາງອື່ນໃຫ້ໃຊ້ຕົວສະກົດທັງ 8
ແຕ່ຖ້າຍັງມີພະຍາງອື່ນຕໍ່ໄປອີກໃຫ້ຮັກສາສຽງເດີມໄວ້ ບໍ່ໃຫ້ສະກົດຕາມຕົວສະກົດທັງ 8 ເວັ້ນແຕ່ຕົວສະກົດນັ້ນຕົວດຽວກັນ. ຕົວຢ່າງ: - ສຸຂະ: ສຸກ: ສຸຂະພາບ -ຄຸນະ: ຄຸນະພາບ -ຊີວະ:ຊີບ: ຊີວະປະຫວັດ Ø ຖ້າຄໍາໃດໃນພາສາປາລີ-ສັນສະກິດເປັນ 2 ພະຍາງ ແລະ ເປັນສະຫຼະ
xະ ເມື່ອປ່ຽນມາເປັນຄໍາລາວມີພະຍາງດຽວ ຫຼື
ເປັນສະຫຼະ ໂxະ ຕ້ອງໄດ້ຕື່ມສຽງພະຍາງທີ 2
ຂອງພາສາປາລີ-ສັນສະກິດອີກ. ຕົວຢ່າງ: -ພະລະ: ພົນ: ພົນລະເມືອງ -ວະຈະນະ:ພົດ:ພົດຈະນະນຸກົມ -ຊະນະ:ຊົນ: ຊົນນະບົດ Ø ຖ້າຄໍາໃດໃນພາສາປາລີ-ສັນສະກິດມີຕົວສະກົດຮຽງກັນຢູ່ສອງຕົວໃນເວລາປ່ຽນຄຳລາວມີພະຍາງດຽວໃຫ້ໃຊ້ຕົວສະກົດທັງ
8
ຕາມສຽງຂອງລາວ,ຖ້າເປັນຄໍາຫຼາຍພະຍາງໃຫ້ປ່ຽນຕົວສະກົດຕາມສຽງຂອງພາສາລາວ. ຕົວຢ່າງ: - ສັຈຈະ: ສັດ: ສັດຈະທໍາ - ພຸທທະ: ພຸດ: ພຸດທະສາສະໜາ - ວັທທະນະ: ວັດ: ວັດທະນະທໍາ |
ความคิดเห็น
แสดงความคิดเห็น