+ຄໍາໃນພາສາລາວສ່ວນຫຼາຍຈະເປັນຄໍາໂດດ ຫຼື ຄໍາປ່ຽວເຊັ່ນ: ດິນ, ນໍ້າ, ລົມ, ໄຟ, ກິນ, ນອນ, ໄປ, ມາ, ໝູ, ໝາ, ເປັດ, ໄກ່, ງົວ, ຄວາຍ..
ຕົວຢ່າງ:
ຂ້ອຍກິນເຂົ້າ ທັງສາມຄໍານີ້ລ້ວນແລ້ວແຕ່ເປັນຄໍາປ່ຽວທີ່ເອົາມາສ້າງປະໂຫຍກ.
- ຂ້ອຍເປັນຄໍາປ່ຽວ, ເປັນຄໍາແທນນາມ
ເຮັດໜ້າທີ່ເປັນຄໍາຕົວຕັ້ງຂອງປະໂຫຍກ,
- ກິນ ເປັນຄໍາປ່ຽວ, ຄໍາກໍາມະເຮັດໜ້າທີ່ເປັນຄໍາກິລິຍາສະແດງອາການຂອງຄໍາຕົວຕັ້ງໃນປະໂຫຍກ.
- ເຂົ້າເປັນຄໍາປ່ຽວ, ເປັນຄໍານາມ
ເຮັດໜ້າທີ່ເປັນຄໍາປະກອບຂອງປະໂຫຍກ.
+ພາສາລາວບໍ່ປ່ຽນຮູບຄໍາ
ຄໍາໃນພາສາລາວຈະມີລັກສະນະຄົງທີ່, ບໍ່ປ່ຽນຮູບໄປຕາມປະໂຫຍກ ຫຼື ຕາມກາລະເວລາ.
ຕົວຢ່າງ:
- ຂ້ອຍມັກເຈົ້າ
- ເຈົ້າມັກຂ້ອຍບໍ?
- ປີກາຍນີ້, ຂ້ອຍມັກເຈົ້າຫຼາຍ.
- ປີນີ້ ຂ້ອຍແຮ່ງມັກເຈົ້າຫຼາຍ.
ເຮົາຈະສັງເກດໄດ້ວ່າ ບໍ່ວ່າປະໂຫຍກຈະປ່ຽນເປັນຮູບໃດ ຫຼື
ກາລະເວລາໃດ ແຕ່ຄໍາໃນປະໂຫຍກກໍບໍ່ມີການປ່ຽນຮູບ: ຂ້ອຍກະຄືຂ້ອຍ, ເຈົ້າກະຄືເຈົ້າ, ມັກກະຄືມັກ ຕ່າງຈາກໃນພາສາອັງກິດ
ຈະມີການເປັນຮູບຄໍາ.
ຕົວຢ່າງ:
- I love you
- You
love me
- He
loves her
- Last
year I saw you at university of Laos
- Today
I see you at supermarket
ເຮົາຈະສັງເກດໄດ້ວ່າພາສາອັງກິດແມ່ນມີການປ່ຽນຮູບຄໍາຕາມປະໂຫຍກ, ຕາມບຸລຸດ ແລະ ຕາມກາລະເວລາ. I ເມື່ອເປັນຄໍາປະກອບຈະເປັນ me, love ເມື່ອໃຊ້ກັບບຸລຸດທີ3 ຈໍານວນໜ້ອຍກໍຈະເປັນ loves, see ໃນອະດີດກໍຈະເປັນ Saw.
+ສະຫຼຸບກໍຄືຄໍາໃນພາສາລາວມີລັກສະນະຄົງຕົວ, ບໍ່ປ່ຽນແປງ, ບໍ່ປ່ຽນຮູບຄໍາ.
ความคิดเห็น
แสดงความคิดเห็น